Source text in English |
Winning entries could not be determined in this language pair.There were 2 entries submitted in this pair during the submission phase. Not enough entries were submitted for this pair to advance to the finals round, and it was therefore not possible to determine a winner.Competition in this pair is now closed. |
ພວກເຮົາອາໄສຢູ່ອາພາຕເມັນຫລັງນ້ອຍ, ມີຫລາຍຊັ້ນ ເຊິ່ງເປັນຕືກສະໜອງທີ່ພັກອາໄສ ແກ່ ບັນດາຄອບຄົວທີ່ມີຖານະປານກາງ. ແຕ່ວ່າສະມາຊິກຄອບຄົວຂອງ ເຟລີສ ໂດເມສຕິກາ ເຊິ່ງກາຍເປັນທີ່ຈັກດີໃນຕຶກຂອງພວກເຮົາ ອາດມີຈຳນວນສະມາຊິກຫລາຍກວ່າ ມະນຸດຊະອີກ. ເພາະວ່າສັດສີ່ຕີນທີ່ມີອຸ້ງເລັບທີ່ຍ້ອນກັບເຂົ້າໄດ້ເຫຼົ່ານີ້, ຜູ້ທີ່ສາມາດເວົ້າດັງໆກ່ຽວກັບ ປະເທດຂອງພວກມັນ –ຍາດພີ່ນ້ອງຄື: ສິງ, ເສືອ, ແມວປ່າ Lynxes ແລະ ແມວປ່າພວກ Ocelot ທີ່ບໍ່ຢ້ານຜູ້ໃດໃນຂອບເຂດຂອງພວກເຮົາ. ການເພີ່ມຂຶ້ນຂອງປະຊາກອນຈຳພວກສັດປະເພດແມວທີ່ມີເກົ້າຊີວິດ ແລະ ມີອຸ້ງເລັບ ໄດ້ໃຫ້ຄວາມລຳຄານ ລົບກວນ ທຸກຄົນ ແຕ່ພວກມັນສຳພັດໃຫ້ຄວາມຕະລົກຂົບຂັນແກ່ຫລາຍຄົນ. ແມວພວກນີ້ທີ່ຢູ່ບົນຖະໜົນຂອງພວກເຮົາມີການແບ່ງເຂດອັນເຂັ້ມງວດກ່ຽວກັບເຂດແດນ. ພື້ນທີ່ອາຄານ, ຊັ້ນທີໜຶ່ງ ແລະ ຊັ້ນທີສອງຂອງຕຶກອາຄານ, ແມວພວກນີ້ ຮັກສາ ຊັ້ນຂອງພວກມັນໄວ້ຢ່າງດີ ຍົກເວັ້ນກໍລະນີຫິວ ພວກມັນຈະຈູ່ໂຈມເຂົ້າໃນເຮືອນຄົວ ໂດຍຂ້າມຜ່ານແນວປ້ອງກັນຕ່າງໆນາໆ. ສ່ວນລະບຽງທີ່ເຄີຍຖືກໃຊ້ໂດຍ ຄົນຊົນຊັ້ນສູງໃນບາງຄັ້ງຄາວ ຈາກ ສະຫຍາຍສະໄໝກ່ອນ ຖືກຮັກສາໄວ້ ສຳລັບແມວໂຕນ້ອຍເປັນພິເສດ ເພື່ອເລຍຕົນຕົວ ແລະ ຕາກແດດ. ແມວບາງໂຕ ຊອກແຈທີ່ອົບອຸ່ນເພື່ອກະກຽມສຳລັບນອນ ບ່ອນທີ່ບໍ່ມີພື້ນທີ່ໃຫ້ແມວກະໂດດໄປມາ ເຊັ່ນວ່າປ້ອມຂອງຍາມ ບ່ອນທີ່ພວກມັນອາດໄດ້ພົບເຫັນ ເພື່ອນນອນທີ່ນັ້ນ. ພຣະເຈົ້າໃຫ້ຂອງຂວັນແກ່ແມວເຫລົ່ານີ້ ເຊິ່ງມີກ່ອງສຽງງ [ບໍລິເວນຄໍຫອຍ] ສອງອັນ ອັນໜຶ່ງສຳລັບການຄາງ ແລະ ອີກອັນໜຶ່ງສຳລັບການຮ້ອງແມວໆ ແລະ ໂສປຣາໂນສ ຕະກູນແມວ ຈຳນວນໜຶ່ງໃນເຂດຂອງພວກເຮົາ ເຮັດໃຫ້ ຜູ້ຢູ່ອາໄສທັງໝົດຕື່ນຂຶ້ນຕະຫລອດ ຍ້ອນ ຄອນເສີດຍາມຄ່ຳຄືນຂອງພວກມັນໃນຊ່ວງເວລາອັນພິເສດ. ຜູ້ຢູ່ອາໄສຈຳນວນໜຶ່ງ ຜູ້ທີ່ຢາກໃຫ້ແມວ ສະອາດເໝືອນກັບແມວໃນແບບຮູບ ເກີດອາການບໍ່ພໍອົກພໍໃຈ ໃນເວລາ ແມວສີເທົາພວກນີ້ ເຮັດໃຫ້ເຄື່ອງຂອງພວກເຂົາຮົກເຮື້ອ. ຕົວແຫຼວໃນກຸ່ມຜູ້ຢູ່ອາໄສ ຮູ້ສືກຢ່າງແຂງກ້າວ່າຄວນຂັບໄລ່ແມວພວກນີ້ອອກໄປດ້ວຍແສ່. ແຕ່ວ່າ ນົກກາງແກກຳລັງລໍເບິ່ງວ່າ ແມວຈະກະໂດດໄປທາງໃດ. ພວກເຮົາບໍ່ຮູ້ວ່າໃຜຈະຖືກຮຽກເພື່ອເອົາກະດິງໄປຜູກຄໍແມວ! | Entry #32650 — Discuss
|
ພວກເຮົາອາໄສຢູ່ໃນຫ້ອງແຖວນ້ອຍໆແຫ່ງໜຶ່ງໃນຕຶກອາຄານຫຼາຍຊັ້ນ ເຊິ່ງໃຫ້ທີ່ພັກອາໄສແກ່ຄອບຄົວຊົນຊັ້ນກາງຈໍານວນຫຼວງຫຼາຍ. ແຕ່ສະມາຊິກຄອບຄົວ Felis Domestica ທີ່ນິຍົມຕຶກອາຄານຂອງພວກເຮົາອາດມີຈຳນວນຫຼວງຫຼາຍກວ່າສະມາຊິກ Homo Sapiens. ຍ້ອນວ່າສັດສີ່ຂາເຫຼົ່ານີ້ມີອົ້ງເລັບທີ່ເຊື່ອງໄວ້, ເຊິ່ງສາມາດອວດພີ່ນ້ອງໃນເຂດຊົນນະບົດຂອງພວກມັນໄດ້ຄື: ສິງໂຕ, ເສືອ, ແມວປ່າ ແລະ ເສືອແມວ ບໍ່ຢ້ານກົວຫຍັງທັງນັ້ນໃນບໍລິເວນໃກ້ຄຽງພວກເຮົາ. ປະຊາກອນແມວທີ່ມີອົ້ງເລັບເກົ້າຊີວິດກຳລັງເພີ່ມຂຶ້ນໄດ້ກໍ່ກວນທຸກຄົນ ແຕ່ຊ່ວຍເປັນການຜ່ອນຄາຍດ້ວຍເລື່ອງມ່ວນຊື່ນໃຫ້ກັບຄົນຈຳນວນຫຼາຍ. ແມວເຫຼົ່ານີ້ໃນຖະໜົນຂອງພວກເຮົາມີການແບ່ງແຍກເຂດແດນຂອງພວກມັນເອງຢ່າງເຂັ້ມງວດ. ຊັ້ນລຸ່ມ, ແມວນັກລ່າໜູປະຈຳຊັ້ນໜຶ່ງ ແລະ ຊັ້ນສອງຈະຢູ່ພື້ນ ຍົກເວັ້ນສໍາລັບການຈູ່ໂຈມຢ່າງຫິວໂຫຍໃນຫ້ອງຄົວທີ່ເໜືອເສັ້ນຄວບຄຸມ. ລະບຽງນັ້ນແມ່ນສະຫງວນໄວ້ສະເພາະສຳລັບແມວໜຸ່ມ ແລະ ບາງຄັ້ງກໍ່ຖືກນຳໃຊ້ໂດຍພວກຂຸນນາງຈາກສະຫຍາມໃນສະໄໝກ່ອນເພື່ອເລຍຕົນໂຕ ແລະ ອາບແດດ. ແມວຜູ້ບາງຕົວຊອກຫາມຸມອົບອຸ່ນສະບາຍເພື່ອນອນຄາງໃນແຈຫ້ອງມູມນ້ອຍໆ, ເຊັ່ນ: ປ້ອມຍາມ, ບ່ອນທີ່ພວກມັນອາດພົບເຫັນແມວທີ່ໜ້າສັງເວດກຳລັງງີບຫຼັບຢູ່. ພະເຈົ້າໃຫ້ຂອງຂວັນແມວເຫຼົ່ານີ້ເປັນກ່ອງສຽງສອງກ່ອງສໍາລັບຮ້ອງຄາງ ແລະ ອີກກ່ອງໜຶ່ງສໍາລັບຮ້ອງແມວໆ ແລະ ສຽງສູງຂອງແມວສອງສາມຕົວຢູ່ໃນທ້ອງຖິ່ນຂອງພວກເຮົາ ເຮັດໃຫ້ຊາວບ້ານທຸກຄົນຕື່ນຕົວດ້ວຍວົງດົນຕີຍາມຄ່ຳຄືນໃນໂອກາດພິເສດ. ຊາວບ້ານບາງຄົນທີ່ຕ້ອງການເປັນຄົນສະອາດຄືຕີນແມວຈະຫງຸດຫງິດ ເມື່ອແມວສີໝົ່ນເຫຼົ່ານີ້ເຮັດໃຫ້ສິ່ງຂອງເປິເປື້ອນ. ຜູ້ກະຫາຍສົງຄາມຢູ່ໃນໝູ່ຊາວບ້ານຮູ້ສຶກວ່າຄວນຂັບໄລ່ແມວເຫຼົ່ານີ້ອອກໄປດ້ວຍແສ້ເກົ້າສາຍ. ແຕ່ຄົນໂງ່ຍັງບໍ່ຕັດສິນໃຈກຳລັງລໍຖ້າເບິ່ງວ່າແມວຈະໂດດໄປທາງໃດ. ເອົາລະ, ພວກເຮົາບໍ່ຮູ້ວ່າຈະເອີ້ນໃຜໃຫ້ເຮັດເລື່ອງຍາກໆ! | Entry #33688 — Discuss
|